ບໍລິສັດ LaoValue Property Valuation ຈໍາກັດຜູ້ດຽວ ຮ່ວມມືກັບ ອາຈານ ຈາກ ວິທະຍາໄລເຕັກນິກສັບພະວິຊາດ້ານວຽກງານການບໍລິຫານທີ່ດິນ ແລະ ວຽກງານການປະເມີນລາຄາ ເຊິ່ງອາຈານມີປະສົບປະການສອນ ແລະ ປະຕິບັດຕົວຈິງມາ 15 ກ່ວາປີ ຫລັກສູດນີ້ເປັນຫລັກສູດ ຄວາມຮູ້ພື້ນຖານ ກ່ຽວກັບການປະເມີນມູນຄ່າຊັບສິນ ເພື່ອການລົງທືນແບບມາດຕະຖານສາກົນ ທ່ານສາມາດກຳໜົດມູນຄ່າຊັບສິນໄດ້ຢ່າງຫມັ້ນໃຈ ແລະ ຢ່າງມີວິທະຍາສາດໃນການຕັດສິນໃຈ ທ່ານທີ່ເຮັດກ່ຽວກັບອະສັງຫາ ເຊັ່ນ: ນັກລົງທືນ ຝ່າຍສິນເຊື່ອ ນັກປະເມີນ ຜູ້ພັດທະນາເຮືອນທີ່ດິນ ຈັດສັນດິນຂາຍ ແມ່ນຄວນຮູ້ເຄື່ອງມືເຫຼົ່ານີ້ໄວ້.

ເພື່ອຮຽນຮູ້:

  • ຄວາມຮູ້ທີ່ເປັນຫຼັກການພື້ນຖານດ້ານການປະເມີນມູນຄ່າຊັບສິນ
  • ຫຼັກການເບື້ອງຕົ້ນທາງດ້ານເສດຖະສາດທີ່ນໍາມາໃຊ້ໃນວຽກງານການປະເມີນມູນຄ່າຊັບສິນ
  • ຂະບວນການ ແບລະ ຂັ້ນຕອນຂອງການປະເມີນມູນຄ່າຊັບສິນ
  • ການກໍານົດບັນດາປັດໃຈທີ່ມີຜົນກະທົບກໍ່ກັບມູນຄ່າຊັບສິນ
  • ການນໍາສະເໜີວິທີການປະເມີນມູນຄ່າຊັບສິນທີ່ມີການນໍາໃຊ້ກັນທົ່ວໄປ
  • ການກວດສອບເອກະສານທີ່ດິນທີ່ຈໍາເປັນ ແລະ ການເກັບກໍາຂໍ້ມູນທີ່ສໍາຄັນເພື່ອປະກອບໃສ່ໃນການປະເມີນມູນຄ່າຊັບສິນ.
  • ຄວາມຮູ້ພື້ນຖານວິທີການ ຂອງການປະເມີນມູນຄ່າຊັບສິນ ລວມທັງຕົວຢ່າງການປະເມີນມູນຄ່າຊັບສິນດ້ວຍວິທີປຽບທຽບລາຄາຕະຫຼາດ(Market approach)
  • ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີຕົ້ນທຶນ(Cost approach) ພ້ອມດ້ວຍຕົວຢ່າງຂອງການປະເມີນມູນຄ່າຂອງຊັບສິນປະເພດຕ່າງໆ.
  • ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີລາຍໄດ້(Income approach)
  • ຄວາມຮູ້ພື້ນຖານກ່ຽວກັບຫຼັກການ ການປະເມີນມູນຄ່າສິດທິການເຊົ່າ(Lease)

ບຸກຄົນທີ່ຄວນເຂົ້າຮ່ວມ:

ຝ່າຍສິນເຊື່ອ, ນັກປະເມີນຫລັກຊັບ, ທີ່ປືກສາ, ນາຍຫນ້າທີ່ມີເປົ້າຫມາຍຢາກເປັນນັກພັດທະນາອະສັງຫາ ແລະ ອາຊີບທົ່ວໄປທີ່ກ່ຽວຂອງກັບອະສັງຫາລິມະຊັບເຈົ້າຂອງອະສັງຫາລິມະຊັບ, ຜູ້ບໍລິຫານ, ນັກລົງທືນອະສັງຫາ ທີ່ເປັນອົງກອນ ຫລື ສ່ວນຕົວ.ພະນັກງານຂອງພາກລັດທີ່ເຮັດໜ້າວຽກກ່ຽວກັບການປະເມີນຊັບສິນ ຫນ່ວຍງານຄຸ້ມຄອງຫລັກຊັບທະນາຄານ ຫລື ຜູ້ຮັບພີຊອບການເງິນ ການປ່ອຍກູ້ ປ່ອຍສິນເຊື່ອ ແລະບຸກຄົນທົ່ວໄປ

ວັນທີ: 15-16-17 ພະ​ຈິກ, 2023 (ສຳມະນາ 3 ວັນ)

ຈຳນວນຜູ້ເຂົ້າຮ່ວມ: 10-15 ຄົນ

ລົງທະບຽນ: ບໍລິສັດ ລາວວາລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ຈຳກັດຜູ້ດຽວ
ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
ມືຖື: +856 20 96 629 299 (ນ ວິ​ຕ້າ ອິນ​ເມືອງ​ໄຊ)

ໂທ: 021 262319/20

www.laovalue.com

ວິທີການສຳມະນາ: ບັນຍາຍ ພ້ອມ ເອກະສານ PowerPoint ທິດສະດີ ພ້ອມຕົວຢ່າງ ແບ​ບ​ເຝິ​ກ​ຫັດ

ຄ່າທຳນຽມ:

ລົງທະບຽນກ່ອນວັນທີ່ 01/11/2023 ແມ່ນ 2,500,000 ກີບ
ລົງທະບຽນຫລັງວັນທີ່ 01/11/2023  ແມ່ນ 3,000,000 ກີບ ປິດຮັບວັນທີ່ 14/11/2023

ຫມາຍ​ເຫດ:

  • ຄ່າທຳນຽມ ລວມອາຫານຫວ່າງ ແລະ ອາຫານສວາຍ 3 ມື້
  • ມ​ອບ​ໃບ​ຢັ້ງ​ຢືນ​ໃຫ້​ຫລັງ​ຈາກ​ເຝືກ​ອົບ​ຮົມ​ແລ້ວ

ຊຳ​ລະ​ໄດ້​ທີ:

ຊື່​ບັນ​ຊີ: Lao Value Property Valuation Sole Co., Ltd

ເລກ​ບັນ​ຊີ: 013 11000 171570 02001

ທະ​ນາ​ຄານ: BCEL ( Banque Pour Le Commerce Exterieur Lao Public)

ຫລື  ຊຳ​ລະ​ດ້ວຍ QR:

ແລະ​ສົ່ງ​ຫລັກ​ຖານ​ການຊຳ​ລະ​ມາ​ທີ່ info@laovalue.com ຫລື ວອດ​ແອບ: +856 20 22777244

 

ສະຖານທີ່: ຫ້ອງ​ປະ​ຊຸມ​ໃຫຍ່ ຮ້ານ​ອາ​ຫານ ທາມ​ລາຍ ບ້ານ​ສີ​ສັງ​ວອນ  ມ ໄຊ​ເສດ​ຖາ ນ​ະ​ຄອນ​ຫລວງວຽງ​ຈັນ

  • Timeline Cafe and Restaurant
    030 9089998

    Facebook: https://www.facebook.com/timelinecafessv

    Email: timelinecafe79@gmail.com

    ແຜນ​ທີ​ທີ່​ຕັ້ງ

ວາລະການສຳມະນາ:

ຄຸນນະວຸດຂອງວິທະຍາກອນ:

ອາຈານ ຂັນຕີ ວົງຄໍາສານ

1) ປະສົບການເບື້ອງລັດ:

– ເຮັດວຽກໃຫ້ໂຄງການອອກໃບຕາດິນ ຢູ່ແຂວງວຽງຈັນ ແຕ່ປີ 2001 – 2002
– ເປັນອາຈານສອນຢູ່ວິທະຍາໄລເຕັກນິກສັບພະວິຊາດ້ານວຽກງານການບໍລິຫານທີ່ດິນທີ່ດິນ ແລະ ວຽກງານການປະເມີນລາຄາ ແຕ່ປີ 2003 – ຈົນເຖິງປະຈຸບັນ

2) ຕໍາແໜ່ງແລະບ່ອນປະຈໍາການ:

ປະຈຸບັນເປັນຮອງຫົວໜ້າພາກວິຊາ: ວັດແທກ-ຄຸ້ມຄອງທີ່ດິນ ວິທະຍາໄລເຕັກນິກສັບພະວິຊາ.

3) ປະຫວັດການສຶກສາ:

– ແຕ່ປີ 1996 – 2001 ຮຽນຈົບປະລິນຍາຕີດ້ານການບໍລິຫານທີ່ດິນຈາກ ມະຫາວິທະຍາ ໄລກະສິກໍາເລກ 1 ຮ່າໂນຍ ຫວຽດນາມ.
– ແຕ່ປີ 2006 – 2008 ຮຽນຈົບເໜືອປະລິນຍາຕີດ້ານການປະເມີນລາຄາຊັບສິນຈາກ ມະຫາວິທະຍາໄລທໍາມະສາດ ປະເທດໄທ.

4) ປະສົບການເພີ່ມເຕີມ(ພາຍນອກ)

– ເຄີຍເປັນທີ່ປຶກສາດ້ານວຽກງານການປະເມີນລາຄາຊັບສິນໃຫ້ກັບທະນາຄານ.
– ເຄີຍເຮັດວຽກເປັນທີ່ປຶກສາດ້ານວຽກງານການປະເມີນລາຄາຊັບສິນໃຫ້ຫຼາຍບໍລິສັດປະເມີນລາຄາຢູ່ໃນລາວ ທີ່ໄດ້ຮັບການຮັບຮອງຈາກ ຄຄຊ.
– ເປັນຜູ້ປະເມີນອິດສະຫຼະດ້ານການປະເມີນມູນຄ່າຊັບສິນທົ່ວໄປ.

ພ​າບ​ບັນ​ຍາ​ກາດ​ຂອງ​ການ​ສຳ​ມະ​ນາ​ຄັ້ງ​ທີ 3

 

 

 

ພ​າບ​ບັນ​ຍາ​ກາດ​ຂອງ​ການ​ສຳ​ມະ​ນາ​ຄັ້ງ​ທີ 2

Views: 47