ມູນຄ່າຕະຫຼາດທີ່ເປັນທີ່ຍອມຮັບ ແລະ ນຳໃຊ້ກັນຢ່າງກວ້າງຂວາງ ມາຈາກ

The dictionary of real estate appraisal ໄດ້ໃຫ້ນິຍາມມູນຄ່າຕະຫຼາດໄວ້ດັ່ງລຸ່ມນີ້:

The most probable price, as of the specified date, in cash or in terms of equivalent to cash, or in other precisely revealed terms, for which the specified property rights should sell after reasonable exposure in competitive market under all conditions requisite to fair sale, with the buyer and seller each acting prudently, knowledgeably, and for self-interest, and assuming that neither is under undue duress).

ແມ່ນລາຄາທີ່ໜ້າຈະເປັນໄປໄດ້ຫຼາຍທີ່ສຸດ ຂອງວັນທີ່ລະບຸໄວ້ຢ່າງຊັດເຈນ ເປັນຈຳນວນເງິນສົດ ຫຼື ທຽບເທົ່າກັບເງິນສົດ ຫຼື ຈຳນວນໃດໆ ທີ່ໄດ້ລະບຸໄວ້ຢ່າງລະອຽດ ສຳລັບສິດທິຂອງຊັບສິນທີ່ໄດ້ລະບຸໄວ້ຢ່າງຊັດເຈນ ທີ່ຈະຂາຍໄດ້ ຫຼັງຈາກມີການສະເໜີຂາຍຕາມຄວາມເໝາະສົມ ໃນຕະຫຼາດທີ່ມີການແຂ່ງຂັນພາຍໃຕ້ສະພາວະຈຳເປັນທັງໝົດ ໃຫ້ໄດ້ການຂາຍທີ່ຍຸຕິທໍາ ໂດຍທີ່ທັງຜູ້ຊື້ ແລະ ຜູ້ຂາຍໄດ້ມີການກະທຳຢ່າງຮອບຄອບ ຢ່າງມີຄວາມຮູ້ ແລະ ຄຳນຶງເຖິງປະໂຫຍດສ່ວນຕົນ ແລະ ສົມມຸດວ່າປາດສະຈາກການບັງຄັບຢ່າງບໍ່ເໝາະສົມ).

ນິຍາມ “ມູນຄ່າຕະຫຼາດ(Market Value)” ໝາຍເຖິງ:

– ມູນຄ່າເປັນຕົວເງິນເຊິ່ງປະມານວ່າເປັນມູນຄ່າຂອງຊັບສິນທີ່ສາມາດໃຊ້ຕົກລົງຊື້-ຂາຍກັນໄດ້.

– ລະຫວ່າງຜູ້ເຕັມໃຈຂາຍ ແລະ ຜູ້ເຕັມໃຈຊື້ ໃນວັນທີ່ປະເມີນຢູ່ພາຍໃຕ້ເງື່ອນໄຂປົກກະຕິ.

– ທັງຜູ້ຊື້ຜູ້ຂາຍບໍ່ມີສ່ວນກ່ຽວຂ້ອງກັນ ໂດຍໄດ້ມີການສະເໜີຂາຍຊັບສິນໃນໄລຍະເວລາພໍສົມຄວນ ແລະ ໂດຍທີ່ທັງສອງຝ່າຍຕົກລົງຊື້ຂາຍດ້ວຍຄວາມຮອບຮູ້ຢ່າງຮອບຄອບ ແລະ ປາສະຈາກພາວະກົດດັນ

– ທັງນີ້ໃຫ້ຖືດ້ວຍວ່າ ສາມາດມອບໂອນສິດທິການຄອບຄອງຕາມກົດໝາຍໂດຍສົມບູນໃນຊັບສິນໄດ້.

– ມູນຄ່າຕະຫຼາດໂດຍທົ່ວໄປຈະບໍ່ຄໍານຶງເຖິງຕົ້ນທຶນ ຫຼື ຄ່າໃຊ້ຈ່າຍໃນການຊື້ ຫຼື ຄ່າທໍານຽມ ຫຼື ພາສີໃດໆທັງສິ້ນ.


ໂດຍ ອາຈານ ຂັນຕີ ວົງຄໍາສານ

ທີ​ປືກ​ສາ​

ບໍ​ລິ​ສັດ ​ລາວ​ວາ​ລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ / Lao Value Property Valuation Sole Co., Ltd

​ທີ່​ປືກ​ສາເລື່ອງ​ມູນ​ຄ່າ​ຊັບ​ສິນ ຮັບ​ວຽກປະ​ເມີນ​ ແລະ​ ຈັດ​ສຳ​ມະ​ນາ​ການ​​ປະ​ເມີນ

ໂທ 030 9990909

ໂທ/WhatsApp: 020 2333347

www.laovalue.com

Hits: 1